top of page
  • Writer's pictureManushya Foundation

5 ປີຜ່ານໄປ ຜູ້ລອດຊີວິດຈາກເຫດການເຂື່ອນແຕກແຂວງອັດຕະປືກໍຍັງຄົງຖືກປະຕິເສດຄ່າຊົດເຊີຍທີ່ເປັນທໍາ!



ເມື່ອວັນທີ 23 ກໍລະກົດ 2018, ໂສກກະນາດຕະກໍາທີ່ສາມາດຫຼີກລ່ຽງໄດ້ເກີດຂຶ້ນກັບຊຸມຊົນໃນແຂວງອັດຕະປືທາງຕອນໃຕ້ຂອງປະເທດລາວ: ເຂື່ອນເຊປຽນ-ເຊນ້ຳນ້ອຍໄດ້ມີການແຕກມ້າງສົ່ງຜົນໃຫ້ຫຼາຍໝູ່ບ້ານຖືກທຳລາຍ ເຮັດໃຫ້ປະຊາຊົນ 7.000 ກວ່າຄົນຕ້ອງສະແຫວງຫາບ່ອນຢູ່ອາໄສໃໝ່ ແລະ ເຮັດໃຫ້ມີຜູ້ເສຍຊີວິດ ຫຼື ສູນຫາຍຢ່າງນ້ອຍ 71 ຄົນ. ສາເຫດຕົ້ນຕໍທັງໝົດຫວາ? ການສໍ້ລາດບັງຫຼວງ (ຄໍຣັບຊັ່ນ) ແລະ ຄວາມໂລບມາກໂລພາຂອງບໍລິສັດ!


ເຄິ່ງທົດສະວັດຕໍ່ມາ, ບັນດາຜູ້ລອດຊີວິດຈາກເຫດການຍັງຄົງຕ້ອງແບກຮັບຜົນທີ່ຕາມມາຈາກການຜິດສັນຍາຂອງລັດຖະບານ ແລະ ບໍລິສັດທີ່ກ່ຽວຂ້ອງ. ຄ່າຊົດເຊີຍທີ່ບໍ່ເປັນທໍາ, ໂຄງການບ່ອນຢູ່ອາໄສທີ່ບໍ່ສົມບູນ ແລະ ດິນຈັດສັນທີ່ບໍ່ສາມາດເຮັດການກະເສດໄດ້ຍັງຄົງສ້າງໄພພິບັດໃຫ້ກັບບັນດາຊຸມຊົນທີ່ໄດ້ຮັບຜົນກະທົບ.


✊🏼ໃນວັນຄົບຮອບອັນໜ້າໂສກເສົ້ານີ້, ທາງ ມູນນິທິມະນຸສະຍະ ຂໍກ່າວຍ້ຳເຖິງຄວາມເປັນນ້ຳໜຶ່ງໃຈດຽວຢ່າງບໍ່ລະເລີຍກັບຊຸມຊົນທີ່ໄດ້ຮັບຜົນກະທົບ. ທາງການລາວຕ້ອງເຮັດໃຫ້ເກີດການປ່ຽນແປງທີ່ຍຸຕິທໍາ, ຄອບຄຸມ, ເປັນມິດກັບສິ່ງແວດລ້ອມ, ສະຕີນິຍົມ ແລະ ຕ້ອງແນ່ໃຈວ່າບັນດາບໍລິສັດຂະໜາດໃຫຍ່ຕ້ອງຮັບຜິດຊອບຢ່າງເຕັມທີ່ຕໍ່ການກະທໍາຂອງຕົນ!


#WeAreManushyan ♾ ມະນຸດເທົ່າທຽມກັນ


#ລາວ #ເຂື່ອນແຕກ #ອັດຕະປື #ລຖບສຕ #JustTransition


bottom of page