top of page
  • Writer's pictureManushya Foundation

🇱🇦#JusticeForQiao:"ສຽວຊິນຊິນ" ນັກເຄື່ອນໄຫວດິຈິທັລຊາວຈີນຖືກລັກພາຕົວໂດຍເຈົ້າໜ້າທີ່ຈີນໃນປະເທດລາວ




ຄະດີການປາບປາມຂ້າມຊາດອີກຄະດີໜຶ່ງ


🚨 #JusticeForQiao: ການຕໍ່ຕ້ານຜະເດັດການທາງດິຈິທັລເປັນຄວາມພະຍາຍາມທີ່ຖືວ່າມີຄວາມສ່ຽງ ແລະ ຄວາມກ້າຫານ ເຊິ່ງອາດສົ່ງຜົນໃຫ້ເກີດການກົດຂີ່ຂົ່ມເຫັງຢ່າງຮ້າຍແຮງແມ່ນແຕ່ກັບນັກເຄື່ອນໄຫວທີ່ຖືກເນລະເທດ ຫຼື ລີ້ໄພ. ກໍລະນີດັ່ງກ່າວກ່ຽວຂ້ອງກັບ ສຽວຊິນຊິນ (Qiao Xinxin) ອາຍຸ 37 ປີ ອະດີດນັກຂ່າວພິເສດຈາກວິທະຍຸອາຊີເສລີ (RFA) ໃນອາຊີຕາເວັນອອກສຽງໃຕ້. ເນື່ອງຈາກການເຄື່ອນໄຫວຂອງຊິນຊິນ ລາວຈຶ່ງໄດ້ຫຼົບໜີຈາກປະເທດຈີນ ແລະ ເຂົ້າມາລີ້ໄພໃນລາວ. ຕາມການລາຍງານຂອງພະຍານ ໄດ້ມີການລະບຸວ່າ ຊິນຊິນ ຖືກຕຳຫຼວດລາວ 2 ຄົນ ແລະ ຕຳຫຼວດຈີນ 6 ຄົນນຳພາຕົວໄປຈາກບ່ອນພັກອາໄສຂອງລາວໃນນະຄອນຫຼວງວຽງຈັນ ເມື່ອປະມານວັນທີ 31 ພຶດສະພາ 2023. ຕຳແໜ່ງທີ່ຢູ່ຂອງລາວນັບຕັ້ງແຕ່ນັ້ນມາແມ່ນຍັງບໍ່ຊາບ.



ສຽວຊິນຊິນແມ່ນໃຜ ແລະ ການເຄື່ອນໄຫວດ້ານສິດທິດິຈິທັລຂອງລາວແມ່ນຫຍັງ?


"ສຽວຊິນຊິນ" ຊື່ເກີດແມ່ນ ຢາງເຈີ້ເຫວີຍ ເກີດເມື່ອເດືອນສິງຫາ ປີ 1986 ໃນມົນທົນຫູໜານ ສປ ຈີນ ແລະ ເປັນຜູ້ກໍ່ຕັ້ງແຄມເປນອອນລາຍທີ່ມີຊື່ວ່າ "ແບນໄຟຣ໌ວໍລ໌ໃຫຍ່" (Ban Great Firewall) ຫຼືອີກຊື່ "BanGFW". ການເຄື່ອນໄຫວດັ່ງກ່າວມີຈຸດປະສົງທີ່ຈະມ້າງກຳແພງໄຊເບີຣ໌ທີ່ຈຳກັດຊາວເນັດຈີນໃນການເຂົ້າເຖິງຂໍ້ມູນອິດສະຫຼະ ໃນຂະນະດຽວກັນລາວກໍສະໜັບສະໜູນໃຫ້ຍຸຕິການເຊັນເຊີຣ໌ ຫຼື ການປິດບັງຂໍ້ມູນໂດຍປະເທດຈີນ.


ຄວາມຄິດລິເລີ່ມນີ້ໄດ້ເປີດຕົວຂຶ້ນເມື່ອວັນທີ 8 ມີນາ 2023 ແລະ ໄດ້ຮັບການສະໜັບສະໜູນຈາກນັກເຄື່ອນໄຫວດ້ານສິດທິດິຈິທັລ, ທະນາຍຄວາມ ແລະ ນັກຂ່າວຊາວຈີນຄົນອື່ນໆອີກເຊັ່ນ ເສິ້ງເສ່ຍ ແລະ ຫວັງຊິນເຜິງ.


ນັບຕັ້ງແຕ່ມີການກໍ່ຕັ້ງມາ, ການເຄື່ອນໄຫວ « ແບນໄຟຣ໌ວໍລ໌ໃຫຍ່ » ກໍໄດ້ມີສ່ວນຮ່ວມໃນກິດຈະກຳອັນຊົງພະລັງຢ່າງຫຼວງຫຼາຍ ລວມໄປເຖິງການເຜີຍແພ່ຈົດໝາຍສະບັບເປີດ ແລະ ການປະທ້ວງເທິງທ້ອງຖະໜົນນອກສະຖານກົງສຸນຈີນໃນນະຄອນ ລອສແອງເຈລິສ, ລັດແຄລິຟໍເນຍ



ເປັນຫຍັງ ສຽວຊິນຊິນ ຈຶ່ງຕົກເປັນເປົ້າໝາຍຂອງການປາບປາມຂ້າມຊາດໂດຍລັດຖະບານຈີນໃນລາວ?


ໃນຂະນະທີ່ປະຈຳຢູ່ໃນປະເທດລາວ ສຽວຊິນຊິນ ກໍໄດ້ເຊີນຊວນຊາວເນັດທົ່ວໂລກມາເຂົ້າຮ່ວມການເຄື່ອນໄຫວຢ່າງບໍ່ຮູ້ຈັກອິດເມື່ອຍດ້ວຍການຍົກປ້າຍຮຽກຮ້ອງໃຫ້ « ໄຟຣ໌ວໍລ໌ໃຫຍ່ » ຖືກທຳລາຍ, ລາວໄດ້ຕິດຕໍ່ລັດຖະບານ ແລະ ໄດ້ພົວພັນກັບສື່ຕ່າງໆ. ລາວຍັງໄດ້ກ່າວຕື່ມວ່າການເຂົ້າຮ່ວມການເຄື່ອນໄຫວນັ້ນແມ່ນຂ້ອນຂ້າງທີ່ຈະງ່າຍ ຍ້ອນວ່າຜູ້ຄົນພຽງແຕ່ສະແດງເຄື່ອງໝາຍ #banGFW ຫຼື ໂພສລົງຕາມເວັບໄຊຕ່າງໆ.


ລາວຍັງໄດ້ເຜີຍແພ່ຄູ່ມືທີ່ມີຊື່ວ່າ « ຄູ່ມືຂອງຂະບວນການ Ban GFW » ໃນວັນທີ 5 ເມສາ 2023 ເພື່ອທີ່ຈະຊ່ວຍໃຫ້ຊາວເນັດເຂົ້າໃຈເປົ້າໝາຍຂອງການເຄື່ອນໄຫວໄດ້ດີຂຶ້ນ ແລະ ແບ່ງປັນວິທີປະຕິບັດໃນການເຜີຍແພ່ແຄມເປນຕໍ່ໄປເລື່ອຍໆ.


ການເຄື່ອນໄຫວດັ່ງກ່າວດຶງດູດຄວາມສົນໃຈຈາກລັດຖະບານຈີນຢ່າງໄວວາ ແລະ ອີງຕາມຂໍ້ມູນຂອງສຽວຊິນຊິນ ຕຳຫຼວດລັບຂອງ ສປ ຈີນ ໄດ້ເລີ່ມການຕໍ່ສູ້ເພື່ອຕໍ່ຕ້ານຂະບວນການນີ້ເປັນເວລາໜຶ່ງເດືອນເຕັມ.



ມາດຕະການປາບປາມຂ້າມຊາດຂອງຈີນຕໍ່ສຽວຊິນຊິນແມ່ນຄືແນວໃດ?


ມາດຕະການປາບປາມຂ້າມຊາດຂອງລັດຖະບານອາດມາໃນຫຼາຍຮູບແບບ ຕັ້ງແຕ່ໄພຄຸກຄາມທາງດິຈິທັລຳປຈົນເຖິງການຂົ່ມຂູ່ ຫຼື ການຄຸກຄາມໝູ່ເພື່ອນ ແລະ ຄອບຄົວຂອງນັກເຄື່ອນໄຫວຢູ່ທີ່ບ້ານເກີດ.


ໃນເດືອນເມສາ ປີ 2023 ສຽວຊິນຊິນ ໂພສຕ໌ຮູບພາບໜ້າຈໍຂອງຂໍ້ຄວາມທີ່ອ້າຍຂອງລາວສົ່ງຫາເພື່ອບອກກັບລາວວ່າທາງການຈີນກຳລັງຂົ່ມຂູ່ ແລະ ຄຸກຄາມຄອບຄົວຂອງພວກເຂົາເຈົ້າໃນປະເທດຈີນ.


"ຕຳຫຼວດອິນເຕີເນັດຂອງກະຊວງຄວາມໝັ້ນຄົງສາທາລະນະຂອງພັກຄອມມິວນິສຕ໌ຈີນໄດ້ຄຸກຄາມຄອບຄົວຂອງຂ້ອຍ ແລະ ຂໍໃຫ້ຂ້ອຍລຶບຄວາມຄິດເຫັນທີ່ເປັນອັນຕະລາຍຕໍ່ປະເທດຈີນ ບໍ່ສະນັ້ນ ຂ້ອຍຈະຖືກຈັບ ແນ່ນອນວ່າຂ້ອຍບໍ່ສົນໃຈພວກມັນ ພວກມັນນັ້ນແຫຼະເປັນພວກລະເມີດ" ສຽວຊິນຊິນ ໄດ້ກ່າວໃນຄຳຖະແຫຼງຕໍ່ VOA Chinese ເມື່ອວັນທີ ເມສາ 2023.


ສຽວຊິນຊິນ ຮູ້ດີວ່າແມ່ນແຕ່ກຳລັງລີ້ໄພໃນລາວ ລາວເອງກໍຍັງບໍ່ປອດໄພ. ດ້ວຍເຫດຜົນດັ່ງກ່າວ ໃນວັນທີ 20 ເມສາ 2023 ລາວຈຶ່ງໄດ້ເຜີຍແພ່ "ຄຳປະກາດທີ່ຈະບໍ່ຂ້າຕົວຕາຍ" ໂດຍລາວໄດ້ລະບຸວ່າລາວຍັງຄົງຮັກໂລກໃບນີ້ ແລະ ເປັນໄປບໍ່ໄດ້ທີ່ລາວຈະຂ້າຕົວຕາຍໃນໄວອາຍຸ 30 ປີ. ນອກຈາກນີ້ ລາວຍັງຮຽກຮ້ອງໃຫ້ຜູ້ສະໜັບສະໜູນປະທ້ວງຕໍ່ໜ້າບັນດາສະຖານທູດຂອງພັກຄອມມິວນິສຕ໌ຈີນ ຫາກວ່າລາວຫາຍຕົວໄປຈາກໂລກອອນລາຍເປັນເວລາ 48 ຊົ່ວໂມງ.


ໃນທີ່ສຸດ ການລັກພາຕົວຂອງສຽວຊິນຂິນກໍໂຊກບໍ່ດີ ແລະ ໄດ້ຖືກຄົ້ນພົບໂດຍໝູ່ເພື່ອນຂອງລາວ. ການລິເລີ່ມທີ່ໂຫດຮ້າຍຂອງທາງການຈີນນີ້ເກີດຂຶ້ນກ່ອນວັນທີ 4 ມິຖຸນາ 2023 ເຊິ່ງເປັນວັນຄົບຮອບ 34 ປີຂອງການສັງຫານໝູ່ໃນຈັດຕຸລັດທຽນອັນເໝິນ. ເລື່ອງລາວຂອງສຽວຊິນຊິນເປັນອີກກໍລະນີໜຶ່ງທີ່ສ້າງຄວາມກັງວົນກ່ຽວກັບຄວາມປອດໄພຂອງບຸກຄົນທີ່ກຳລັງຊອກຫາບ່ອນລີ້ໄພຈາກການຂົ່ມເຫັງທາງການເມືອງ.



ລາຍລະອຽດເພີ່ມເຕີມວ່າເກີດຫຍັງຂຶ້ນກັນແທ້?

  • ເມື່ອວັນທີ 28 ພຶດສະພາ ສຽວຊິນຊິນໄປແຖວບໍລິເວນເຂດຊັ່ນຈ້ຽງໃນນະຄອນຫຼວງວຽງຈັນເພື່ອປະຕິບັດພາລະກິດທີ່ຈຳເປັນສຳລັບກິດຈະກຳການເຄື່ອນໄຫວຂອງລາວ. ໃນມື້ຕໍ່ມາ ລາວກໍພົບວ່າໝາຍເລກໂລະສັບຂອງລາວໃຊ້ງານບໍ່ໄດ້ ລາວຈຶ່ງແຈ້ງໃຫ້ຜູ້ອື່ນຊາບຜ່ານທາງຂໍ້ຄວາມວ່າລາວຕັ້ງໃຈຈະຫາຊິມກາຣ໌ດໃໝ່.

  • ເມື່ອວັນທີ 2 ມິຖຸນາ ໃນທີ່ສຸດໝູ່ຂອງ ສຽວຊິນຊິນ ກໍໄດ້ສັງເກດວ່າເປັນເວລາ 48 ຊົ່ວໂມງແລ້ວນັບຕັ້ງແຕ່ທີ່ລາວໂພສຕ໌ເທື່ອຫຼ້າສຸດໃນທວິຕເຕີ ຫຼື ສົ່ງຂໍ້ຄວາມຫາພວກເຂົາເຈົ້າທາງ Telegram ຫຼື ໃນກຸ່ມແຊັດຕ່າງໆຂອງພວກເຂົາເຈົ້າ. ອີງຕາມຂໍ້ມູນຂອງ ຫວັງຊິນເຜິງ ເທື່ອສຸດທ້າຍທີ່ທຸກຄົນເຫັນ ສຽວຊິນຊິນ ເຄື່ອນໄຫວທາງອອນລາຍແມ່ນເວລາ 17:56 ໂມງ ຂອງວັນທີ 31 ພຶດສະພາ.

  • ເມື່ອວັນທີ 3 ມິຖຸນາ ກຸ່ມຂອງ ສຽວຊິນຊິນ ໄດ້ມອບໝາຍໃຫ້ອາສາສະໝັກຊື່ "ຈືຢາງ" (ນາມແຝງ) ອອກຄົ້ນຫາ ສຽວຊິນຊິນ ແຕ່ເມື່ອ ຈືຢາງ ມາຮອດບ້ານຂອງ ສຽວຊິນຊິນ ລາວກໍໄດ້ພົບວ່າປະຕູນັ້ນລັອກຢູ່. ຈືຢາງ ສື່ສານກັບເພື່ອນບ້ານຄົນລາວໃນລະແວກນັ້ນ ແລະ ໄດ້ຮູ້ຄວາມຈິງທີ່ໜ້າວິຕົກ. ເພື່ອນບ້ານຂອງ ສຽວຊິນຊິນ ໄດ້ເຫັນເຈົ້າໜ້າທີ່ຕຳຫຼວດລາວ 2 ຄົນ ແລະ ຕຳຫຼວດຈີນ 6 ຄົນມາເຖິງບ່ອນພັກຢູ່ອາໄສຂອງ ສຽວຊິນຊິນ ແລະ ໄດ້ນຳຕົວລາວອອກໄປເມື່ອສອງສາມມື້ຫຼັງ, ເປັນການຢືນຢັນເຖິງຄວາມຢ້ານກົວທີ່ຮ້າຍແຮງທີ່ສຸດຂອງກຸ່ມເຂົາເຈົ້າ.



ຈາກຄຳກ່າວຂອງ ເຝິງເຢ້ ນັກເຄື່ອນໄຫວທີ່ມັກເຂົ້າຮ່ວມການເຄື່ອນໄຫວກັບ ສຽວຊິນຊິນ, ມີຂໍ້ມູນທີ່ບໍ່ໄດ້ຮັບການຢືນຢັນຈາກສະພາການຄ້າຫູໜານໃນປະເທດລາວ ເຊິ່ງບົ່ງຊີ້ວ່າບຸກຄົນໃນແວດວົງຂອງຜູ້ນຳຈີນທີ່ຢູ່ຕ່າງປະເທດຂອງສະພາການຄ້າຮ່ວມມືກັບຕຳຫຼວດຈີນຢ່າງຮອບຄອບເພື່ອລັກພາຕົວ ສຽວຊິນຊິນ. ຄວາມຮ່ວມມືນີ້ກ່ຽວຂ້ອງກັບການໃຫ້ຂໍ້ມູນໂດຍລະອຽດແກ່ທາງການຈີນກ່ຽວກັບຕຳແໜ່ງທີ່ຢູ່ຂອງ ສຽວຊິນຊິນ ໃນນະຄອນຫຼວງວຽງຈັນ ລວມໄປເຖິງບ່ອນຢູ່ອາໄສ ຮູບແບບການໃຊ້ຊີວິດ ແລະ ກິດຈະວັດປະຈຳວັນຂອງລາວ.


ຈາກລາຍງານຂ່າວຫຼ້າສຸດ ສຽວຊິນຊິນ ຖືກນຳຕົວໄປສະຖານທີ່ລັບ ເຮັດໃຫ້ເກີດຄຳຖາມວ່າລາວຖືກສົ່ງຕົວກັບ ສປ ຈີນແລ້ວ ຫຼື ລາວຍັງຢູ່ບ່ອນໃດບ່ອນໜຶ່ງໃນປະເທດລາວ ຫຼື ບໍ່.


ພຶດຕິກຳການປາບປາມຂ້າມຊາດອັນໜ້າສົມເພດຂອງຈີນຕໍ່ນັກເຄື່ອນໄຫວທີ່ລີ້ໄພ. 'ຫຼິນ' ສະມາຊິກກຸ່ມນັກເຄື່ອນໄຫວ ຫຼື ທີ່ຮູ້ຈັກໃນຊື່ 'ເຈມ ເສິ້ງລ່ຽງ' ໄດ້ຕິດຕໍ່ຕຳຫຼວດໃນເມືອງຫຼິງກວນ ເທສະມົນທົນສີຕົງ ມົນທົນຫູໜານ ບ້ານເກີດຂອງ ສຽວຊິນຊິນ ໃນປະເທດຈີນເປັນເວລາ 3 ມື້ຕິດຕໍ່ກັນຕັ້ງແຕ່ວັນທີ 6 ມິຖຸນາ ຈົນເຖິງວັນທີ 8 ມິຖຸນາ ເພື່ອສອບຖາມກ່ຽວກັບການຈັບກຸມຂອງ ສຽວຊິນຊິນ.


ຫຼັງຈາກທີ່ ຫຼິນ ໂອ້ລົມສອບຖາມຕຳຫຼວດຫຼິງກວນຢ່າງຕໍ່ເນື່ອງ ໃນທີ່ສຸດເຈົ້າໜ້າທີ່ກໍຍອມຮັບວ່າພວກເຂົາເຈົ້າບໍ່ໄດ້ມີໜ້າທີ່ຈັດການກັບຄະດີຂອງ ສຽວຊິນຊິນ ແຕ່ເປັນໜ່ວຍງານສະເພາະ. ຫວັງໜານ ເຊິ່ງເປັນນັກເຄື່ອນໄຫວໃນຂະບວນການ #BanGFW ກ່າວວ່າຕຳຫຼວດຈີນມັກຈະມີສ່ວນກ່ຽວຂ້ອງກັບ "ການບັງຄັບໃຊ້ກົດໝາຍຂ້າມແດນ" ທັງໃນປະເທດໄທ ແລະ ປະເທດລາວ.


ໃນເດືອນພະຈິກ ປີ 2022 ຊາວຈີນເຊື້ອສາຍມົງໂກເລຍຫຼົບໜີອອກຈາກປະເທດຈີນຫຼັງຈາກທີ່ໄດ້ເຂົ້າຮ່ວມການປະທ້ວງໃນປີ 2020 ເພື່ອຕໍ່ຕ້ານການຫ້າມການຮຽນການສອນພາສາມົງໂກເລຍໃນໂຮງຮຽນຈີນ ເຊິ່ງກຊມີລາຍງານວ່າຖືກຕຳຫຼວດຄວາມໝັ້ນຄົງຂອງຈີນຄວບຄຸມຕົວໃນນະຄອນຫຼວງບາງກອກ.


ໃນກໍລະນີສ່ວນໃຫຍ່ແລ້ວ ຄະດີປາບປາມຂ້າມຊາດຈະກ່ຽວຂ້ອງກັບຄວາມຮ່ວມມື ຂອງປະເທດເຈົ້າພາບ. ສຳລັບກໍລະນີຂອງ ສຽວຊິນຊິນ ຄວາມພະຍາຍາມຂອງຜູ້ສະໜັບສະໜູນທີ່ຈະຕິດຕໍ່ກັບລັດຖະບານລາວ, ສະຖານທູດລາວໃນນະຄອນຫຼວງວໍຊິງຕັນ, ແລະ ພາລະກິດຖາວອນຕໍ່ອົງການສະຫະປະຊາຊາດໃນເຈນີວາ (ເຊີແນວ) ແມ່ນບໍ່ທັນໄດ້ຮັບການຕອບສະໜອງໃດໆ.



ການຮຽກຮ້ອງຂອງພວກເຮົາ


✊🏻 ມູນນິທິມະນຸສະນະຂໍຮຽກຮ້ອງຄວາມສາມັກຄີສາກົນໃຫ້ກັບ ສຽວຊິນຊິນ ໂດຍຮຽກຮ້ອງມາຍັງລັດຖະບານຈີນ ແລະ ລັດຖະບານລາວໃຫ້ຮັບຜິດຊອບຕໍ່ການລັກພາຕົວ ແລະ ການຫາຍສາບສູນຂອງລາວ!


✊🏻 ພວກເຮົາຂໍຮຽກຮ້ອງໃຫ້ລັດຖະບານລາວ ແລະ ລັດຖະບານຈີນຈົ່ງຍຸຕິການປາບປາມຂ້າມຊາດຕໍ່ນັກປົກປ້ອງສິດທິມະນຸດພາຍໃນນາມຂອງ 'ຄວາມປອດໄພຂອງຊາດ' 'ຄວາມໝັ້ນຄົງ' ແລະ 'ຄວາມພັດທະນາ'!


✊🏼 ມູນນິທິຂໍຮຽກຮ້ອງໃຫ້ມີການສອບສວນກ່ຽວກັບການຫາຍຕົວຂອງ ສຽວຊິນຊິນ ຢ່າງໄວວາ ແລະ ໂປ່ງໃສ ເພື່ອໃຫ້ຄຳຕອບແກ່ໝູ່ ແລະ ຄອບຄົວຂອງລາວທີ່ຖາມວ່າ: "ສຽວຊິນຊິນ ຢູ່ໃສ?”!


#WeAreManushyan ♾ ມະນຸດເທົ່າທຽມກັນ



bottom of page