top of page
  • Writer's pictureManushya Foundation

#FreeMuay #AttapeuDamCollapse 🇱🇦⚖️



#FreeMuay #AttapeuDamCollapse 🇱🇦⚖️ໝວຍ ປະນາມລັດຖະບານເລື່ອງການລົ້ມເຫຼວທີ່ຈະຊ່ວຍເຫຼືອຜູ້ລອດຊີວິດຈາກເຫດເຂື່ອນອັດຕະປືແຕກ ແລະ ລາວກໍຖືກຈັບເປັນຄ່າຕອບແທນ!


ໝວຍແມ່ນໃຜ?

ຫ້ວຍເຮືອງ ໄຊຍະບູລີ ຫຼື ທີ່ຮູ້ຈັກໃນນາມ “ໝວຍ”, ແມ່ນນັກເຄື່ອນໄຫວດ້ານສິ່ງແວດລ້ອມ ແລະ ນັກປົກປ້ອງສິດທິມະນຸດຍິງຜູ້ກ້າຫານທີ່ອອກມາເວົ້າຄວາມຈິງຕໍ່ກັບອຳນາດແບບບໍ່ຢ້ານກົວ ໂດຍປະນາມການສໍ້ລາດບັງຫຼວງ ແລະ ການລະເມີດສິດທິມະນຸດໃນຂະແໜງການຂອງທັງພາກລັດ ແລະ ພາກເອກະຊົນໃນ ສປປ ລາວ!


ໝວຍໄດ້ສະໜັບສະໜູນບັນດາຜູ້ລອດຊີວິດຈາກເຫດເຂື່ອນແຕກອັດຕະປືແນວໃດ?

ພາຍຫຼັງການແຕກມ້າງຂອງເຂື່ອນເຊປຽນ-ເຊນ້ຳນ້ອຍຢູ່ທີ່ແຂວງອັດຕະປືໃນວັນທີ 23 ກໍລະກົດ 2018 ໝວຍກໍເລີ່ມສ້າງຄວາມຕື່ນຕົວກ່ຽວກັບຜົນທີ່ກຳລັງຈະຕາມມາ ແລະ ຜົນກະທົບໃນທາງລົບຕໍ່ບັນດາຊຸມຊົນ. ແຕ່ເຖິງຢ່າງໃດກໍຕາມ ການລາຍງານຂ່າວກ່ຽວກັບເຫດການດັ່ງກ່າວໃນສື່ທຸກຂະແໜງແມ່ນຖືກຈຳກັດໝົດ ຍົກເວັ້ນແຕ່ສື່ຂອງລັດຖະບານ!


ຂໍ້ຈຳກັດຂອງທາງການລາວໃນການເຂົ້າເຖິງໝູ່ບ້ານ ແລະ ແຂວງທີ່ໄດ້ຮັບຜົນກະທົບເຮັດໃຫ້ໝວຍຕ້ອງເຮັດວີດີໂອທີ່ຕົນເອງໄປຢ້ຽມຢາມຄ່າຍທີ່ຊາວບ້ານຖືກຍ້າຍອອກໄປຊົ່ວຄາວລົງໃນເຟສບຸກ. ຕະຫຼອດການຢ້ຽມຢາມຂອງລາວ ໝວຍກໍໄດ້ໃຫ້ຄວາມຊ່ວຍເຫຼືອດ້ານການເງິນ ອາຫານ ເຄື່ອງນຸ່ງ ແລະ ຮຽກຮ້ອງໃຫ້ທຸກຄົນເຮັດເຊັ່ນດຽວກັນ. ວີດີໂອດັ່ງກ່າວເປັນໜຶ່ງໃນແຫຼ່ງຂໍ້ມູນບໍ່ຈັກແຫ່ງທີ່ເປີດເຜີຍຄວາມເປັນຈິງກ່ຽວກັບສະຖານະການ ແລະ ຜົນທີ່ຕາມມາຂອງການແຕກມ້າງຂອງເຂື່ອນ.


ໃນການລາຍງານຂອງໝວຍ ລາວໄດ້ຊີ້ໃຫ້ເຫັນເຖິງຂໍ້ບົກຜ່ອງໃນການຊ່ວຍເຫຼືອຂອງເຈົ້າໜ້າທີ່ລັດ ແລະ ການດຳເນີນການໃນການສະໜັບສະໜູນຊຸມຊົນ ເຖິງແມ່ນວ່າຈະໄດ້ຮັບສິ່ງຂອງບັນເທົາທຸກ ແລະ ເງິນຊ່ວຍເຫຼືອເປັນຈຳນວນຫຼາຍລ້ານໂດລາສະຫະລັດກໍຕາມ. ທີ່ຮ້າຍໄປກວ່ານັ້ນ ລະຫວ່າງທີ່ໝວຍໄປຢ້ຽມຢາມສູນເກັບກຳຂໍ້ມູນຂອງລັດ ໝວຍກໍເຫັນວ່າເຈົ້າໜ້າທີ່ລາວໄດ້ຂາຍສິ່ງຂອງບັນເທົາທຸກ ຫຼື ຂອງບໍລິຈາກຢູ່ທີ່ບັນດາທ້ອງຕະຫຼາດ ໂດຍອ້າງວ່າທາງໄປບ້ານຂອງບັນດາຜູ້ລອດຊີວິດມັນເສຍຫາຍເກີນໄປ!


ໝວຍຖືກປິດປາກໂດຍລັດຖະບານລາວແນວໃດ?

ເນື່ອງຈາກການເຄື່ອນໄຫວຂອງລາວໃນການປົກປ້ອງສິດທິຂອງປະຊາຊົນລາວ ໝວຍຈິ່ງຕົກເປັນເປົ້າຂອງການປາບປາມໂດຍລັດຖະບານ ແລະ ພະຍາຍາມຈະເຮັດໃຫ້ລາວເປັນກໍລະນີຕົວຢ່າງເພື່ອບໍ່ໃຫ້ຄົນອື່ນອອກມາເວົ້າ! ໃນເດືອນກັນຍາຂອງປີ 2019 ລາວໄດ້ຖືກທາງການເຂົ້າຈັບກຸມ ແລະ ຕໍ່ມາກໍໄດ້ຖືກໂທດຕັດອິດສະລະພາບເປັນເວລາ 5 ປີ ແລະ ປັບໃໝເປັນຈຳນວນເງິນ 20.000.000 ກີບ. ລາວຖືກຕັ້ງຂໍ້ຫາໝິ່ນປະໝາດ ແລະ ການໂຄສະນາຕ້ານ ສປປ ລາວພຽງເພາະລາວເວົ້າຄວາມຈິງ!


ຄວາມພະຍາຍາມຂອງມະນຸສະຍະເພື່ອທີ່ຈະ #ປ່ອຍໝວຍ ອອກຈາກຄຸກ

ໃນເດືອນມີນາຂອງປີ 2020 Humanity Beyond Borders ແລະ ມູນນິທິມະນຸສະຍະໄດ້ສົ່ງເລື່ອງຮ້ອງຮຽນຮ່ວມກັນໄປທີ່ຜູ້ຊ່ຽວຊານດ້ານສິດທິມະນຸດແຫ່ງສະຫະປະຊາຊາດກ່ຽວກັບການລະເມີດສິດທິມະນຸດທີ່ໝວຍຕ້ອງປະເຊີນ. ໃນເດືອນທັນວາຂອງປີ 2020 ມູນນິທິເພື່ອສິດທິມະນຸດ, Humanity Beyond Borders ແລະ ມູນນິທິມະນຸສະຍະໄດ້ຮ່ວມກັນຍື່ນຄຳຮ້ອງໃໝ່ຕໍ່ຄະນະເຮັດວຽກຂອງສະຫະປະຊາຊາດວ່າດ້ວຍການຄວບຄຸມຕົວໂດຍພະລະການເຮັດໃຫ້ຄະດີຂອງໝວຍຖືກຕັດສິນວ່າເປັນການກັກຂັງຕາມອຳເພີໃຈ. ກຸ່ມເຮັດວຽກຂອງສະຫະປະຊາຊາດກໍໄດ້ຮຽກຮ້ອງໃຫ້ປ່ອຍຕົວລາວທັນທີ ແຕ່ໝວຍຍັງຄົງຖືກຄຸມຂັງຢ່າງບໍ່ເປັນທຳໂດຍລັດຖະບານ!


ການຮຽກຮ້ອງຂອງພວກເຮົາ!


✊🏼ມູນນິທິມະນຸສະຍະຍັງຄົງຢືນຄຽງຂ້າງກັບໝວຍ ແລະ ຮຽກຮ້ອງໃຫ້ລັດຖະບານຈົ່ງປ່ອຍຕົວລາວໂດຍທັນທີ ພ້ອມທັງຍົກເລີກທຸກຂໍ້ກ່າວຫາ! ສປປ ລາວ ຕ້ອງປະຕິບັດຕາມພັນທະສາກົນດ້ານສິດທິມະນຸດ ແລະ ຢຸດປິດປາກນັກເຄື່ອນໄຫວ ເຊັ່ນດຽວກັບ #ນັກປົກປ້ອງສິດທິມະນຸດ ຈາກການເວົ້າຄວາມຈິງ!


#WeAreManushyan ♾ ມະນຸດເທົ່າທຽມກັນ


🔗ຮຽນຮູ້ເພີ່ມເຕີ່ມກ່ຽວກັບວຽກ ແລະ ເລື່ອງລາວດ້ານສິດທິມະນຸດຂອງໝວຍ ລວມທັງຄວາມພະຍາຍາມຂອງມະນຸສະຍະໃນການປ່ອຍຕົວລາວໄດ້ບ່ອນນີ້.


ທ່ານສາມາດຊ່ວຍໄດ້ແນວໃດແດ່?

👉ເນື່ອງຈາກວ່າໝວຍເປັນຄົນຫາລ້ຽງລູກສາວ ແລະ ພໍ່ແມ່ທີ່ກະສຽນ ທ່ານສາມາດຊ່ວຍບໍລິຈາກໃຫ້ແກ່ຄອບຄົວຂອງໝວຍແລ້ວດ້ວຍການກົດບ່ອນນີ້.

👉 ແຊຣ໌ໂພສຕ໌ນີ້ກັບເຄືອຂ່າຍ ຫຼື ໝູ່ເພື່ອນຂອງທ່ານເພື່ອປະນາມຄວາມອະຍຸຕິທຳ!

👉 ໃຊ້ແຮັຊແທັກ #FreeMuay ເພື່ອຮ່ວມແຄມເປນ ແລະ ສະແດງການສະໜັບສະໜູນຂອງທ່ານຕໍ່ໝວຍ. ຕົວເລກໃຫຍ່ຍ່ອມເປັນພະລັງສະເໝີ!


ໃນຂະນະທີ່ທ່ານຢູ່ນີ້…

➡️ ຄົ້ນຫາຂໍ້ມູນເພີ່ມເຕີມກ່ຽວກັບແຄມເປນຂອງມູນນິທິມະນຸສະຍະເພື່ອ #ປ່ອຍໝວຍ ອອກຈາກຄຸກ:


bottom of page