top of page
  • Writer's pictureManushya Foundation

🇱🇦ຮູ້ ຫຼື ບໍ່ວ່າປະເທດລາວມີເປົ້າໝາຍທີ່ຈະເປັນ “ແບັດເຕີຣີແຫ່ງອາຊີຕາເວັນອອກສຽງໃຕ້”?



📍ເຖິງແມ່ນວ່າຈະມີໂສກກະນາດຕະກຳເຊັ່ນເຫດການເຂື່ອນແຕກຢູ່ທີ່ແຂວງອັດຕະປືໃນປີ 2018 ກໍຕາມ,ປະເທດລາວຍັງຢາກຈະສືບຕໍ່ພາລະກິດໃນການເປັນແບັດເຕີຣີແຫ່ງອາຊີໂດຍມີແຜນທີ່ຈະມີໂຄງການໄຟຟ້າຢ່າງຕ່ຳ 100 ໂຄງການພາຍໃນປີ 2030.


ຢ່າງໃດກໍຕາມ ຕະຫຼອດໄລຍະເວລາຫຼາຍປີທີ່ຜ່ານມາ ປະເທດລາວໄດ້ຮັບຄຳເຕືອນໃຫ້ເຮັດການປະເມີນຜົນກະທົບທາງສັງຄົມ ແລະ ສິ່ງແວດລ້ອມ ພ້ອມທັງປັບປຸງຄວາມໂປ່ງໃສເພື່ອຫຼຸດຜົນກະທົບຈາກໂຄງການໄຟຟ້າພະລັງນ້ຳຂະໜາດໃຫຍ່ ແລະ ຄວາມສ່ຽງຈາກໄພພິບັດທີ່ມະນຸດສ້າງຂຶ້ນ.


ແຕ່ລັດຖະບານລາວບໍ່ເຄີຍຟັງ...ແລະ ໃນປີ 2018 ປະຊາຊົນລາວກໍໄດ້ຊົດໄຊ້ກຳແທນລັດຖະບານ. ຫຼັງຈາກການແຕກຫັກຂອງເຂື່ອນໃນອັດຕະປື ເຊິ່ງມີຜູ້ເສຍຊີວິດຢ່າງຕ່ຳ 71 ຄົນ ແລະ ປະຊາຊົນຫຼາຍກວ່າ 7000 ຄົນຕ້ອງສູນເສຍບ່ອນຢູ່ອາໄສ.


ໃນປີ 2022 ມູນນິທິມະນຸສະຍະ

ໄດ້ຍື່ນເລື່ອງຮ້ອງຮຽນໄປຍັງຜູ້ຊ່ຽວຊານດ້ານສິດທິມະນຸດຂອງສະຫະປະຊາຊາດເພື່ອຮຽກຮ້ອງໃຫ້ສົນໃຈຕໍ່ການລະເມີດສິດທິມະນຸດໃນຊຸມຊົນອັດຕະປື. ໃນການຕອບກັບທີ່ໜ້າຜິດຫວັງ ລັດຖະບານລາວປະຕິເສດທຸກໆຄວາມຮັບຜິດຊອບຕໍ່ການແຕກມ້າງຂອງເຂື່ອນເຊັ່ນເຄີຍ.

ທີ່ໜ້າເປັນຫ່ວງ, 5 ປີພາຍຫຼັງເຂື່ອນອັດຕະປືແຕກ ກົດໝາຍສະເພາະເພື່ອຮັບຮອງຄວາມປອດໄພຂອງໂຄງການໄຟຟ້າພະລັງນ້ຳຍັງຖືວ່າ “ຂາດແຄນ” ຫຼາຍໃນປະເທດລາວ.


#WeAreManushyan ♾️ ມະນຸດເທົ່າທຽມກັນ


✊🏼ດ້ວຍສະພາບອາກາດທີ່ຮຸນແຮງເຊິ່ງເກີດຈາກການປ່ຽນແປງຂອງສະພາບແວດລ້ອມທີ່ນັບມື້ນັບຫຼາຍຂຶ້ນ ຕອນນີ້ ປະເທດລາວຈິ່ງຕ້ອງນຳກົດໝາຍບັງຄັບດ້ານສິດທິມະນຸດ (mHRDD) ມາໃຊ້!


✊🏼ມີພຽງກົດໝາຍສິດທິມະນຸດເທົ່ານັ້ນທີ່ຈະສາມາດບັງຄັບບັນດາທຸລະກິດໃຫ້ປ້ອງກັນ ແລະ ຫຼຸດູວາມສ່ຽງອັນເປັນຜົນມາຈາກກິດຈະກຳຂອງພວກນັກທຸລະກິດ ແລະ ຕ້ອງໄດ້ຮັບຜິດຊອບເມື່ອເກີດມີອັນຕະລາຍ!


📣ເຖິງເວລາທີ່ປະເທດລາວຈະຕ້ອງ #ເຫັນຫົວປະຊາຊົນກ່ອນກຳໄລ!


bottom of page