top of page
  • Writer's pictureManushya Foundation

#JusticeForJack ✊🏼 ການຕໍ່ສູ້ເພື່ອຊີວິດຂອງແຈັກ: ການເດີນທາງຂ້າມເຂດແດນ





#JusticeForJack ✊🏼 ການຕໍ່ສູ້ເພື່ອຊີວິດຂອງແຈັກ: ການເດີນທາງຂ້າມເຂດແດນ


12 ພຶດສະພາ 2023 – ທາງມູນນິທິມະນຸສະຍະຍິນດີທີ່ຈະແຈ້ງໃຫ້ທ່ານໄດ້ຮູ້ວ່າ ປັດຈຸບັນນີ້ແຈັກກຳລັງໄດ້ຮັບການເບິ່ງແຍງປິ່ນປົວຈາກແພດທີ່ລາວຕ້ອງການຢູ່ນອກປະເທດລາວເປັນທີ່ຮຽບຮ້ອຍແລ້ວ!


ການທ້າທາຍໃນສິ່ງທີ່ເປັນໄປໄດ້ຍາກ: ຫົນທາງສູ່ຄວາມປອດໄພ, ສຸຂະພາບ ແລະ ການປິ່ນປົວຂອງແຈັກ

ເນື່ອງຈາກອາການຂອງແຈັກບໍ່ໄດ້ມີທ່າທີວ່າຈະດີຂຶ້ນໃນປະເທດລາວ ຕົວລາວ ແລະ ຄອບຄົວຂອງລາວຈຶ່ງມີຄວາມກັງວົນກ່ຽວກັບສຸຂະພາບຂອງລາວຢ່າງຫຼວງຫຼາຍ ຫາກວ່າບາດແຜນັ້ນບໍ່ໄດ້ຮັບການປິ່ນປົວໂດຍທັນທີ. ຕາມຄຳຮ້ອງຂໍຂອງພວກເຂົາເຈົ້າ, ທາງມູນນິທິມະນຸສະຍະ, ເຊິ່ງໄດ້ຮັບຄຳແນະນຳຈາກຫຼາຍໆສະຖາບັນທີ່ມິປະສົບການດ້ານການອົບພະຍົບທາງການແພດ ໄດ້ສະໜັບສະໜຸນການຍ້າຍຕົວແຈັກໄປທີ່ໂຮງໝໍຕ່າງປະເທດ ເພື່ອໃຫ້ລາວໄດ້ຮັບການເບິ່ງແຍງຈາກແພດສະເພາະທາງຢ່າງຮີບດ່ວນ. ຕາມຄຳຮ້ອງຂໍຂອງທາງຄອບຄົວ ການອົບພະຍົບທາງການແພດຢ່າງຮີບດ່ວນນີ້ ແມ່ນໄດ້ດຳເນີນການເປັນຄວາມລັບຕາມມາດຕະຖານສາກົນ ແລະ ລະບຽບການຮັກສາຄວາມປອດໄພເພື່ອໃຫ້ແນ່ໃຈວ່າການຍ້າຍຕົວຂ້າມປະເທດນັ້ນແມ່ນເປັນໄປຢ່າງສະດວກສຳລັບແຈັກເຊິ່ງເປັນຜູ້ທີ່ໄດ້ຮັບຜົນກະທົບທາງດ້ານຄວາມຮູ້ສຶກຈາກການໂຈມຕີທີ່ກະທົບໄປເຖິງຈິດໃຈຂອງລາວ.


ໃນວັນທີ 9 ພຶດສະພາ 2023, ແຈັກໄດ້ຖືກອົບພະຍົບທາງການແພດໄປຕ່າງປະເທດ ແລະ ໃນວັນທີ 10 ພຶດສະພາ 2023 ລາວໄດ້ຮັບການຜ່າຕັດທີ່ປະສົບຜົນສຳເລັດເພື່ອ

(1) ນໍາເອົາກະສຸນອອກຈາກໜ້າເອິກຂອງລາວທີ່ຍັງຄາຢູ່ພາຍໃນ ຈາກການຖືກຍິງທີ່ເກີດຂຶ້ນເມື່ອວັນທີ 29 ເມສາ 2023 ແລະ

(2) ຮັກສາສ້ອມແຊມຄາງກະໄຕ, ແກ້ມ ແລະລິ້ນຂອງລາວທີ່ໄດ້ຮັບບາດເຈັບຢ່າງໜັກໜ່ວງໂດຍກະສຸນໄດ້ທະລຸຈາກແກ້ມຂ້າງໜຶ່ງໄປຫາອີກຂ້າງ. ໃນຂະນະທີ່ຮ່າງກາຍ ແລະ ຈິດໃຈຍັງອ່ອນເພຍ ຕອນນີ້ແຈັກກໍກຳລັງຟື້ນຕົວໄດ້ດີຈາກການຜ່າຕັດ ທີມງານແພດທີ່ມີຄວາມຊ່ຽວຊານໄດ້ເບິ່ງແຍງລາວເປັນຢ່າງດີ ໂດຍຄຳນຶງເຖິງຄວາມເປັນຢູ່ ຄວາມເປັນສ່ວນຕົວ ແລະ ຄວາມປອດໄພຂອງລາວເປັນຫຼັກ.


ຄວາມເປັນສ່ວນຕົວ ແລະ ການປ້ອງກັນ: ເຫດຜົນທີ່ບໍ່ມີການລາຍງານກ່ຽວກັບອາການຂອງແຈັກ

ໃນຂະນະທີ່ແຈັກ ຄອບຄົວຂອງລາວ ມູນນິທິມະນຸສະຍະ ແລະ

ຫຼາຍໆອົງກອນທີ່ໃຫ້ການສະໜັບສະໜຸນເຂົ້າໃຈຢ່າງເລິກເຊິ່ງວ່າ ຄົນທີ່ສະໜັບສະໜຸນແຈັກ ແລະ ບັນດາຜູ້ຄົນທີ່ມີຄວາມຫ່ວງໃຍລາວອາດຈະກຳລັງເປັນຫ່ວງທັງລາວ ແລະ ອາການຂອງລາວເມື່ອມີຂ່າວຫຼຸດຮົ່ວອອກມາວ່າລາວໄດ້ຖືກອົບພະຍົບທາງການແພດໄປທີ່ຕ່າງປະເທດ, ພວກເຮົາຈຶ່ງຫວັງວ່າທຸກຄົນຈະເຂົ້າໃຈ ແລະ ເຄົາລົບຄວາມຈຳເປັນໃນການປະຕິບັດຕາມຄຳຂໍຂອງແຈັກເອງ ເຊິ່ງສອດຄ້ອງກັບຂໍ້ກຳນົດ ແລະ ມາດຕະຖານສາກົນສຳລັບຄວາມເປັນສ່ວນຕົວ ແລະ ການຮັກສາຄວາມລັບຂອງຜູ້ກ່ຽວ ເຊິ່ງເປັນການຊ່ວຍໃຫ້ການອົບພະຍົບທາງການແພດໃນຕ່າງປະເທດເປັນໄປໄດ້ຢ່າງໄວວາ ປອດໄພ ແລະ ສະດວກ; ແລະ ເພື່ອສະໜອງການປິ່ນປົວທີ່ຮີບດ່ວນໃຫ້ກັບລາວ.


ເພື່ອໃຫ້ການອົບພະຍົບທາງການແພດສຳເລັດ ພວກເຮົາຂໍແນະນຳໃຫ້ບໍ່ຟ້າວໂພສຕ໌ ຫຼື ເຜີຍແພ່ສິ່ງໃດລົງໃນສື່ສັງຄົມເພື່ອຄວາມປອດໄພ ແລະ ການຄຸ້ມຄອງຂອງແຈັກ ຄອບຄົວຂອງລາວ ທີມງານມະນຸສະຍະ ແລະ ທຸກພາກສ່ວນທີ່ໃຫ້ການຊ່ວຍເຫຼືອຢ່າງເປັນຄວາມລັບ.


ພວກເຮົາຢາກຂໍຂອບໃຈເຖິງທຸກຄົນທີ່ສະໜັບສະໜຸນການອົບພະຍົບທາງການແພດຂອງແຈັກ ເຖິງຄົນທີ່ສູ້ຊີວິດເຮັດວຽກຕັ້ງແຕ່ເຊົ້າຈຳຄ່ຳເພື່ອໃຫ້ມັນເກີດຂຶ້ນໄດ້ໄວ! ເຈົ້າຮູ້ດີວ່າເຈົ້າແມ່ນໃຜ, ພວກເຮົາ ແຈັກ ແລະ ຄອບຄົວຂອງລາວຮູ້ສຶກຂອບໃຈຢ່າງສຸດຊຶ້ງ. ພວກເຮົາຈະເກັບເຈົ້າໄວ້ໃນໃຈຂອງພວກເຮົາສະເໝີ ❤️


ພວກເຮົາກຳລັງລໍຖ້າໃຫ້ແຈັກກັບມາມີສຸຂະພາບທີ່ແຂງແຮງຄືເກົ່າ ລາວຈຶ່ງຈະສາມາດເລົ່າເລື່ອງລາວຂອງລາວໃຫ້ກັບຄົນທັງໂລກໄດ້ຟັງ ແລະ ສະແດງຄວາມຂອບໃຈໃຫ້ກັບທຸກໆຄົນ ນັບຕັ້ງແຕ່ຄົນທີ່ບໍລິຈາກຄ່າໃຊ້ຈ່າຍໃນໂຮງໝໍ ຈົນເຖິງຄົນທີ່ມີຈິດໃຈຢາກຈະບໍລິຈາກ ຫຼື ຄົນທີ່ຍັງສືບຕໍ່ບໍລິຈາກ ແລະ ເຖິງຄົນທີ່ເຮັດວຽກຢ່າງໜັກ ແລະ ຢ່າງເປັນຄວາມລັບເພື່ອສຸຂະພາບ ແລະ ຄວາມປອດໄພຂອງລາວ ໂດຍທີ່ບໍ່ໄດ້ຫວັງສິ່ງຕອບແທນ ແຕ່ເຮັດອອກມາຈາກໃຈຂອງເຂົາເຈົ້າ.


ນອກຈາກນີ້ ເຮົາຍັງຢາກຂໍຂອບໃຈເຖິງບັນດາອົງກອນຊ່ວຍເຫຼືອສຸກເສີນທີ່ໜ້າອັດສະຈັນທັງໝົດ ເຊິ່ງຂະນະນີ້ກຳລັງເຮັດວຽກຮ່ວມກັບເຮົາເພື່ອຈັດຫາຄວາມຊ່ວຍເຫຼືອດ້ານການເງິນທີ່ດີທີ່ສຸດໃຫ້ກັບແຈັກສຳລັບການປິ່ນປົວຂອງລາວ 🙏


ການສະແຫວງຫາຄວາມຍຸຕິທຳຢ່າງບໍ່ຢຸດຢັ້ງເພື່ອແຈັກ

ການຮຽກຮ້ອງ #JusticeForJack ຂອງມູນນິທິມະນຸສະຍະຈະບໍ່ມີວັນຖືກກີດຂວາງ ຫຼື ເຮັດໃຫ້ຢຸດນິ່ງໄດ້. ພວກເຮົາຈະສູ້ຕໍ່ໄປຢ່າງບໍ່ອິດເມື່ອຍຈົນກວ່າຜູ້ທີ່ຮັບຜິດຊອບໃນການພະຍາຍາມຄາດຕະກຳແຈັກຈະຖືກພົບເຫັນ ແລະ ນຳມາຮັບຜິດຊອບຕໍ່ຄະດີອາຊະຍາກຳທີ່ພວກເຂົາໄດ້ກໍ່ໄວ້. ຄວາມມຸ່ງໝັ້ນຂອງພວກເຮົາໃນການສົ່ງເສີມສິດທິມະນຸດ ແລະ ປົກປ້ອງສັກສີ; ແລະ ຄວາມເຄົາລົບເຖິງນັກປົກປ້ອງສິດທິມະນຸດ ແລະ ນັກເຄື່ອນໄຫວທຸກຄົນທີ່ອອກມາເວົ້າຄວາມຈິງຕໍ່ຕ້ານອຳນາດນັ້ນນັບມື້ນັບແຂງແຮງຂຶ້ນກວ່າເກົ່າ!


ພວກເຮົາຂໍຂອບໃຈເປັນຢ່າງສູງທີ່ທຸກຄົນມີຄວາມເຂົ້າໃຈຕໍ່ສະຖານະການ ແລະ ພວກເຮົາຢາກຂໍສະແດງຄວາມຂອບໃຈຢ່າງສຸດຊຶ້ງຕໍ່ທຸກຄົນທີ່ມີສ່ວນຮ່ວມໃນການສະໜັບສະໜຸນແຈັກຕະຫຼອດການເດີນທາງຂອງລາວ. ພວກເຮົາຈະແຈ້ງອາການຂອງແຈັກ ແລະ ຄວາມຄືບໜ້າກ່ຽວກັບລາວອີກຕື່ມ! ຄອຍຕິດຕາມເດີ!


#WeAreManushyan ♾ ມະນຸດເທົ່າທຽມກັນ


#ຂັບເຄື່ອນດ້ວຍຄີບອດ #ແຈັກຕ້ອງບໍ່ຕາຍຟຣີ #MilkTeaAlliance #DemocracyNow #WhatsHappeningInLaos While you’re here, check out all our latest updates on our efforts to seek #JusticeForJack ⤵️

  • News Update: Jack Thanks you for all your support! #JusticeForJack, May 8 2023.

  • News Update: Jack is Alive! #JusticeForJack, May 4 2023.

  • News Release: #JusticeForJack: Attempted Murder of Lao Youth Democracy Activist Demands Independent Investigation, May 2, 2023. Want to know more about human rights in Laos? All you need to know about Manushya Foundation’s previous work on Laos ⤵️

  • News Release: Responsible governments and implicated companies must ensure safety and effective access to information of communities living near the Nam Theun 1 dam in Laos, August 23, 2022.

  • News Release: Lao Government and Implicated Companies Must Deliver Justice for Survivors of 2018 Attapeu Dam Collapse, July 26, 2022;

  • Follow-up UN Complaint to seek Justice for the Survivors of the Xe-Pian Xe-Namnoy Dam Collapse, in Attapeu Province, Laos, February 28, 2022;

  • Individual Complaint to the United Nations Working Group on Arbitrary Detention (UNWGAD) concerning the case of Houayheuang (“Muay”) Xayabouly, December 15, 2020;

  • Joint Complaint to the United Nations on the Human Rights Violations faced by Ms. Houayheuang Xayabouly (Muay), Lao Woman Human Rights Defender, March 30, 2020;

  • #Freemuay from jail in Laos: Campaign to Free Lao woman human rights defender Ms. Houayheuang Xayabouly (Muay) and stop the human rights violations against her;

  • Manushya’s Foundation UPR Factsheet to inform Lao PDR’s Third UPR: Overview of the Human Rights Situation in Lao PDR - Legal Framework, Challenges, Case Studies & Community-led UPR Recommendations, January 2020;

  • Joint Statement: One year after Xe Pian-Xe Namnoy dam collapse, civil society from Korea and the Mekong call for immediate accountability and redress, July 23, 2019;

  • Joint Submission with the Asia Indigenous Peoples Pact (AIPP) to the UN Universal Periodic Review (UPR) for Lao PDR Third UPR Cycle, July 21, 2019;

  • Manushya Foundation's Submission to the UN Special Rapporteur on Extreme Poverty and Human Rights on the situation in Lao People’s Democratic Republic (PDR), March 2019;

  • Statement of the Thai Business & Human Rights Network on the Lao Dam Collapse, August 20, 2018;

  • News release: Laos must undertake transparent and independent investigation to ensure effective remedies for the victims of the dam collapse – and Thailand should also bear responsibility, August 20, 2018




bottom of page